ວັນທີ 7 ຕຸລາ 2022ນີ້ ເວລາປະມານ 6-7 ແລງ ເຈົ້າຫນ້າທີນຳກຳລັງບຸກທະລາຍແກ້ງຄ້າຢາເສບຕິດ ແລະ ໄດ້ຈີ້ຄົນ ຄົນຮ້າຍມີນຳກັນ 3 ຄົນ ມີອາວຸດປືນ

ວັນທີ 7 ຕຸລາ 2022ນີ້ ເວລາປະມານ 6-7 ແລງ ເຈົ້າຫນ້າທີນຳກຳລັງບຸກທະລາຍແກ້ງຄ້າຢາເສບຕິດ ແລະ ໄດ້ຈີ້ຄົນ ຄົນຮ້າຍມີນຳກັນ 3 ຄົນ ມີອາວຸດປືນ

ຫຼັງຈາກການປະທະກັນ ທາງເຈົ້າໜ້າທີສາມາດຈັບຄົນຮ້າຍໄດ້ສອງຄົນ ແລະ ຫຼົບໜີໄປໄດ້ຄົນ 1 ທາງເຈົ້າໜ້າທີ່ເຮົາແມ່ນໄດ້ຮັບບາດເຈັບ 2 ຄົນ ເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 1 ຄົນ.

ສະຖານທີ່ເຫດເກີດເຫດບໍລິເວນ ແຖວ ປ່າວິກ ທາງເຂົ້າບ້ານດົງຊຽງດີ ເມືອງ ໄຊທານີ ນະຄອນຫຼວງ ເປັນຄະດີຄ້າຂາຍຢາເສບຕິທີ່ຕ້ອງສູນເສຍເຈົ້າຫນ້າທີ່ຂອງຊາດ.

ຢ່າງທີ່ເຮົາຮູ້ກັນວ່າ ອາຊີບອ້າຍນ້ອງ ທະຫານ ຕຳຫຼວດ ແມ່ນຢູ່ໃນຄວາມສ່ຽງສູງກວ່າສາຍອາຊີບອື່ນໆ ໃນມຸມໜຶ່ງທີ່ສັງຄົມເຮົາມັກກ່າວດ້ານລົບທາງສາຍອາຊີບນີ້ກໍ່ຈົ່ງຮູ້ໄວ້ວ່າອີກດ້ານໜຶ່ງແມ່ນເພິ່ນໄດ້ສ່ຽງຊີວິດ ອຸທິດຕົນເພື່ອພວກເຮົາ ເພື່ອສັງຄົມສ່ວນລວມ

#ຂໍສະດຸດີແກ່ເຈົ້າໜ້າທີຜູ້ເສຍສະຫຼະ.

ຕຳຫຼວດຜູ້ເສຍຊີວິດບ້ານເກີດຢູ່ ບ້ານໄຮ່ປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

Leave a Reply

Your email address will not be published. Required fields are marked *