ເກັບຄ່າຝາກລົດໃຫຍ່ເກີນລາຄາ ໂດຍບໍ່ປະຕິບັດຕາມທີ່ຄະນະຈັດງານບຸນກຳນົດໄວ້
ເລີ່ມມີຫາງສຽງ ເກັບຄ່າຝາກລົດໃຫຍ່ເກີນລາຄາ ໂດຍບໍ່ປະຕິບັດຕາມທີ່ຄະນະຈັດງານບຸນກຳນົດໄວ້.
ວັນທີ 8 ຕຸລາ 2022 ມີແຟນເພຈ ໜັງສືພິມ ລາວພັດທະນາ ສ່ອງແສງມາວ່າ: ພາຄອບຄົວໄປທ່ຽວງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ນະຄອນຫລວງວຽງຈັນ ໄດ້ໄປຈອດລົດຢູ່ສະຖານທີ່ບໍລິການຝາກລົດແຫ່ງໜຶ່ງຢູ່ແຖວໂຮງໝໍມະໂຫສົດ
ບ່ອນທີ່ຕົນໄປຝາກນັ້ນເກັບ 30.000 ກີບ/ຄັນ/ຄັ້ງ ຕົນຈຶ່ງໄດ້ຖາມຄືນວ່າເຫັນແຈ້ງການຄະນະຈັດງານບຸນກຳນົດ 20.000 ກີບ/ຄັນ/ຄັ້ງ ແລະ ຜູ້ຈີກປີ້ຕອບວ່າປະມູນສະຖານທີ່ຝາກມາແພງ.
ຈາກກໍລະນີດັ່ງກ່າວ, ເຫັນວ່າຍັງມີການສວຍໂອກາດເກັບເກີນລາຄາທີ່ກຳນົດ
ສະນັ້ນຈຶ່ງຂໍຝາກເຖິງໜ່ວຍງານທີ່ກ່ຽວຂ້ອງລົງກວດກາຕິດຕາມການເກັບຄ່າບໍລິການຝາກລົດຕາມຈຸດຕ່າງໆ ໃຫ້ປະຕິບັດຕາມລາຄາແຈ້ງການທີ່ທາງຄະນະຈັດງານກຳນົດອອກມາດ້ວຍ.