ຊົມເຊີຍ!!! ເຈົ້າໜ້າທີ່ ປກສ ເມືອງໄຊທານີ ກວາດລ້າງກຸ່ມຂາຍຢາເສບຕິດ.

ຊົມເຊີຍ!!! ເຈົ້າໜ້າທີ່ ປກສ ເມືອງໄຊທານີ ກວາດລ້າງກຸ່ມຂາຍຢາເສບຕິດ.
ເຈົ້າໜ້າທີ່ ປກສ ເມືອງໄຊທານີ ກວາດລ້າງກຸ່ມຂາຍຢາເສບຕິດ.

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນໍາກໍາລັງເຂົ້າມ້າງເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານດ່ານຊ້າງ ສາມາດຈັບກຸມພວກຖືກຫາໄດ້ 3 ຄົນ ພ້ອມທັງຜູ້ຊັດທອດອີກ 3 ຄົນ ແລະ ຂອງກາງຢາບ້າຈໍານວນຫຼາຍໄປສອບສວນໃນຄັ້ງວັນທີ 1 ກັນຍາ 2022 ຜ່ານມາ.

ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ເປີດເຜີຍໃນວັນທີ 13 ຕຸລາ 2022 ວ່າ: ເພື່ອເຮັດໃຫ້ບັນຫາປາກົດການຫຍໍ້ທໍ້ພາຍໃນເມືອງຫຼຸດລົງເປັນກ້າວໆ ທັງເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ປາກົດຜົນເປັນຈິງ ເຊິ່ງເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ມີການເຄື່ອນໄຫວຢ່າງລະອຽດ ໂດຍປະສານການກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ.

ໃນນັ້ນ, ຫຼ້າສຸດໃນວັນທີ 1 ກັນຍາ ໄດ້ເຄື່ອນໄຫວແກ້ໄຂເປົ້າໝາຍຢາເສບຕິດຢູ່ບ້ານດ່ານຊ້າງ ສາມາດຈັບຕົວພວກຖືກຫາມາດໍາເນີນຄະດີໄດ້ 3 ຄົນ, ຍິງ 1 ຄົນຄື: ທ້າວ ວິໄລ ຫຼື ອ້າຍ ອາຍຸ 38 ປີ ແລະ ນາງ ພິມມະສອນ ຫຼື ສັ້ນ ອາຍຸ 36 ປີ ທັງສອງເປັນຜົວ-ເມຍກັນຢູ່ບ້ານດ່ານຊ້າງ, ທ້າວ ພູແກ້ວ ຫຼື ນ້ອຍ ອາຍຸ 47 ປີ ຢູ່ບ້ານດອນໜູນ ແລະ ຈາກນັ້ນ,ຈຶ່ງໄດ້ນໍາຕົວພວກກ່ຽວໄປສອບສວນຂະຫຍາຍຜົນຫາຜູ້ຊັດທອດອີກ 3 ຄົນ, ຍິງ 1 ຄົນຄື: ທ້າວ ກິແກ້ວ ອາຍຸ 40 ປີ ບ້ານດ່ານຊ້າງ, ນາງ ບົວ ອາຍຸ 40 ປີ ບ້ານດົງບອງ ເມືອງນາຊາຍທອງ ແລະ ທ້າວ ຄໍາສຸກ ອາຍຸ 37 ປີ ຜູ້ບ້ານຕານມີໄຊ.

ທ້າວ ວິໄລ ໃຫ້ການຍອມຮັບສາລະພາບວ່າ: ເລີ່ມພົວພັນ ເສບຢາເສບຕິດ (ຢາບ້າ) ມາແຕ່ປີ 2005, ສ່ວນຢາບ້າທີ່ນໍາມາເສບໃນແຕ່ລະຄັ້ງນັ້ນ ແມ່ນຊື້ມາຈາກ ໄວໜຸ່ມບໍ່ຮູ້ຊື່ ຢູ່ຕາມຮ້ານເກມ ບ້ານໂນນສະອາດ ຊື້ຜ່ານມາຫຼາຍຄັ້ງໆລະ 10 ເມັດ, ພາຍຫຼັງໄດ້ຢາບ້າມາແລ້ວ ໄດ້ນໍາເອົາມາເສບຄົນດຽວໝົດ.

ໄລຍະປີ 2021 ຜູ້ກ່ຽວໄດ້ເຄື່ອນໄຫວຄ້າ-ຂາຍຢາບ້າ ໂດຍແມ່ນຊື້ມາຈາກ ທ້າວ ພູແກ້ວ ຫຼາຍຄັ້ງໆລະ 200 ເມັດ, ເມື່ອຊື້ຢາບ້າໄດ້ມາແລ້ວ ນຳມາຂາຍໃຫ້ກັບຊາວໜຸ່ມທີ່ເສບທົ່ວໄປ.

ນາງ ພິມມະສອນ ສາລະພາບວ່າ: ໄດ້ເລີ່ມພົວພັນເຄື່ອນໄຫວຄ້າ-ຂາຍຢາບ້າ ຮ່ວມກັນກັບຜົວ ຊື່ທ້າວ ວິໄລ ມາໃນຊ່ວງເດືອນ ເມສາ 2022, ສ່ວນຢາບ້າທີ່ນໍາມາຂາຍແຕ່ລະຄັ້ງນັ້ນ ແມ່ນໂທສັ່ງຊື້ນຳທ້າວ ພູແກ້ວ ຫຼາຍຄັ້ງໆລະ 200 ເມັດ ແລະ ພາຍຫຼັງໄດ້ຢາບ້າມາແລ້ວ ໄດ້ນໍາມາຂາຍຢູ່ເຮືອນ.

ທ້າວ ພູແກ້ວ ຮັບສາລະພາບວ່າ: ໄດ້ເລີ່ມພົວພັນ-ເຄື່ອນໄຫວຄ້າຂາຍຢາບ້າ ມາແຕ່ເດືອນ ມີນາ 2022 ໂດຍຜູ້ກ່ຽວຊື້ມາຈາກທ້າວ ແອັດດີ້ ອາຍຸ 30 ປີ ບ້ານໂນນແສງຈັນ ເມືອງໄຊທານີ ຫຼາຍຄັ້ງໆລະ 100 ຫາ 200 ເມັດ ແລະ ເມື່ອໄດ້ຢາບ້າມາແລ້ວ ໄດ້ນຳໄປຂາຍໃຫ້ທ້າວ ວິໄລ ແລະ ນາງ ພິມມະສອນ; ວັນທີ 1 ກັນຍາ ເວລາ 15:00 ໂມງ ທ້າວ ວິໄລ ໄດ້ໂທລະສັບສັ່ງຊື້ຢາບ້ານຜູ້ກ່ຽວ 200 ເມັດ ແລະ ຜູ້ກ່ຽວໄດ້ສັ່ງຊື້ຢາບ້ານຳທ້າວ ແອັດດີ້ (ຜູ້ເກົ່າ) ເພື່ອຈະເອົາຢາບ້າດັ່ງກ່າວໄປຂາຍຕໍ່ ແລະ ເມື່ອໄດ້ຢາບ້າ ໄດ້ຂັບຂີ່ລົດຈັກເວບ 100 ສີດຳ-ແດງ ປ້າຍທະບຽນ ດດ 2752 ກຳແພງນະຄອນ ມາສົ່ງຢາບ້າໃຫ້ ວິໄລ ຢູ່ເຮືອນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມດ້ວຍຂອງກາງຢາບ້າ 200 ເມັດ ແລະ ລົດຈັກ 1 ຄັນ ໄປດໍາເນີນຄະດີ.

ນອກນັ້ນ, ຜູ້ກ່ຽວຍັງສາລະພາບອີກວ່າ: ນອກຈາກໄດ້ຊື້ຢາບ້ນຳທ້າວ ແອັດດີ້ ແລ້ວ ຍັງໄດ້ໄປຊື້ຢາບ້ານໍາທ້າວ ກິ ອາຍຸ 40 ປີ ຢູ່ບ້ານດ່ານຊ້າງ ຫຼາຍຄັ້ງໆລະ 400 ຫາ 600 ເມັດ ແລະ ເມື່ອໄດ້ຢາບ້າແລ້ວກໍນໍາໄປຂາຍຕໍ່ໃຫ້ທ້າວ ວິໄລ ແລະ ໄວລຸ້ນທົ່ວໄປ.

ທ້າວ ກິແກ້ວ ສາລະພາບວ່າ: ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາບ້າມາແຕ່ປີ 2020, ສ່ວນຢາບ້າທີ່ນໍາມາຂາຍໃນແຕ່ລະຄັ້ງນັ້ນແມ່ນ ນາງ ບົວ (ເມຍ) ເປັນຄົນໂທລະສັບຕິດຕໍ່ຊື້ນໍາ ທ້າວ ຕ້ອມ ອາຍຸ 38 ປີ ຄັ້ງລະ 5 ແພັກ ເທົ່າກັບ 30.000 ເມັດ,

ນອກຈາກ ທ້າວ ຕ້ອມ ແລ້ວຍັງໄດ້ຊື້ຢາບ້ານຳ ນາງ ນີວາ ອາຍຸ 30 ປີ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ຊື້ຄັ້ງລະ 2 ແພັກ ເທົ່າກັບ 12.000 ເມັດ ຫຼາຍຄັ້ງ ແລະ ແຕ່ລະຄັ້ງແມ່ນ ນາງ ບົວ ເປັນຜູ້ໂທຕິດຕໍ່; ພາຍຫຼັງໄດ້ຢາບ້າແລ້ວ ພວກກ່ຽວນໍາໄປຂາຍໃຫ້ກັບຊາວໜຸ່ມທົ່ວໄປ.

ມາຮອດວັນທີ 2 ກັນຍາ ເວລາ 10:00 ໂມງ ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວຢູ່ເຮືອນ ພ້ອມດ້ວຍຂອງກາງຢາບ້າ 34.404 ເມັດ.

ນາງ ບົວ ສາລະພາບວ່າ: ໄດ້ເລີ່ມພົວພັນເຄື່ອນໄຫວຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງປັດຈຸບັນ, ສ່ວນຢາບ້າທີ່ນຳມາຂາຍແຕ່ລະຄັ້ງແມ່ນຊື້ມາຈາກທ້າວ ຕ້ອມ ອາຍຸ 39 ປີ ບ້ານຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ແລະ ນາງ ນີວາ ອາຍຸ 33 ປີ ບ້ານຈອມມະນີ ເມືອງໄຊເສດຖາຊື້ຄັ້ງລະ 6 ຫາ 9 ມັດ ຫຼາຍຄັ້ງ ແລະ ພາຍຫຼັງໄດ້ຢາບ້າມາແລ້ວ ແມ່ນໄດ້ເອົາມາຂາຍໃຫ້ກັບຊາວໜຸ່ມທົ່ວໄປ ແຖວບ້ານດ່ານຊ້າງ ສ່ວນເງິນທີ່ໄດ້ກຳໄລຈາກການຂາຍຢາບ້ານັ້ນ ເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍໝົດ.

ມາຮອດວັນທີ 2 ກັນຍາ ຜູ້ກ່ຽວແມ່ນຢູ່ເຮືອນບ້ານດົງບອງ ໄດ້ມີເຈົ້າໜ້າທີ່ ປກສ ເມືອງໄຊທານີ ເຂົ້າກັກຕົວພ້ອມດ້ວຍຂອງກາງຢາບ້າ 600 ເມັດໄປສອບສວນ.

ທ້າວ ຄຳສຸກ ຮັບສາລະພາບ ວ່າ: ໄດ້ເລີ່ມພົວພັນຄ້າຂາຍຢາບ້າມາແຕ່ປີ 2021 ໂດຍຊື້ມາຈາກນາງ ບົວ ຫຼາຍຄັ້ງໆລະ 200 ເມັດ ຈາກນັ້ນນຳໄປຂາຍໃຫ້ກັບຊາວໜຸ່ມຜູ້ທີ່ເສບທົ່ວໄປແຖວບ້ານຕານມີໄຊ; ຕົກມາຮອດວັນທີ 2 ກັນຍາ 2022 ເວລາ 8:00 ໂມງ ຜູ້ກ່ຽວແມ່ນໄດ້ອອກໄປຊື້ຢາບ້ານໍາ ນາງ ບົວ ຈຳນວນ 100 ເມັດ ແລ້ວຊຸກເຊື່ອງໄວ້ໃນຖົງໂສ້ງ ຈົນຮອດເວລາປະມານ 12:00 ໂມງຂອງວັນດຽວກັນ ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ກັກຕົວພ້ອມດ້ວຍຂອງກາງຢາບ້າມາດໍາເນີນຄະດີ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ພວມດໍາເນີນການສືບສວນ-ສອບສວນ ເພື່ອຊອກຫາກຸ່ມແກ້ງຮ່ວມຂະບວນການດຽວກັນມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Source​: ຂ່າວຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *