ຍິນດີຕ້ອນຮັບ ໂຕໂນ້ ພາຄິນ ນັກຮ້ອງ, ນັກສະແດງ ຈາກ ປະເທດ ໄທ

ຍິນດີຕ້ອນຮັບ ໂຕໂນ້ ພາຄິນ ນັກຮ້ອງ, ນັກສະແດງ ຈາກ ປະເທດ ໄທ ເດີນທາງມາຢ້ຽມຍາມ ໂຮງຫມໍ ແຂວງຄຳມ່ວນ, ແຟນຄັບຖ້າຕ້ອນຮັບດ້ວຍຄວາມອົບອຸ່ນ

ຢ່າງທີ່ເຮົາຮູ້ ໂຕໂນ້ ພາຄິນ ຕັ້ງໃຈຈະລອຍຂ້າມປະເທດຈາກຝັ່ງໄທມາຫາ ຝັ່ງ ສປປລາວ ແລະ ​ກັບ​ໄທ​ ໂດຍ​ເລືອກ​ເອົາ​ແມ່​ນ້ຳຂອງ ເພື່ອຫາເງິນບໍລິຈາກທີ່ໄດ້ຮັບຈາກການລອຍນໍ້າຄັ້ງນີ້ ທັງໝົດມອບໃຫ້ໂຮງໝໍສອງຝັ່ງແມ່ນ້ຳຂອງ ທັງ ລາວ-ໄທ

ວັດພຣະທາດ ສີໂຄດຕະບອງ ຍິນດີຕ້ອນຮັບພໍ່ອອກ ໂຕໂນ່ ພາຄິນ ຄຳວິໄລສັກ. ວັນເສົາ ທີ 22/10/2022. ໂຕໂນ່ ຈະລອຍນໍ້າຂອງ

ເລີ້ມຈາກຝັ່ງນະຄອນພະນົມ ພະຍາສີສັດຕະນາຄາ ລ່ອງລົງມາຂື້ນທ່າວັດພຣະທາດ ສີໂຄດຕະບອງ ເພື່ອສັກກາຣະບູຊາພຣະທາດ ສີໂຄດ

ຈຸດປະສົງເພື່ອລະດົມທຶນຊ່ວຍໂຮງໝໍ ແຂວງ ຄຳມ່ວນ. ເຊີ່ງຈຳນວນເງີນບໍລິຈາກແມ່ນປັດຈຸບັນທະລຸໄປແລ້ວ 36 ລ້ານບາດ

ຂໍໃຫ້ປະສົບຜົນສຳເລັດ ມີໂຊກມີໄຊ ໃຫ້ຕະຫລອດປອດໄພ ຂໍໃຫ້ບຸນຄຸນພຣະຍາສີໂຄດ ຈົ່ງປົກປ້ອງຄຸ້ມຄອງລູກຫລານ ດ້ວຍເທີ້ນ

ພໍ່ແມ່ປະຊາຊົນມາຕອນຮັບໂຕໂນ່

ຊົມຄລີບ

,,

Leave a Reply

Your email address will not be published. Required fields are marked *