ສົ່ງໝໍລຳອິນແຕ່ງ ຄັ້ງສຸດທ້າຍ ໝູ່ເພື່ອນ, ແຟນເພງຮ່ວມອາໄລ
ໝໍລຳ ອິນແຕ່ງ ໝໍລຳຊື່ດັງ ພາກໃຕ້ ຈາກເຫດໂດດຂົວຂ້າມນ້ຳຂອງຫວັງຈົບຊີວິດໃນວັນທີ 19 ກັນຍາ 2022, ພົບຮ່າງໃນວັນທີ 21 ກັນຍາ 2022 ຜູ້ຄົນແຟນເພງຕ່າງເສຍດາຍ ແລະ ຮ່ວມອາໄລ ເສຍໃຈນໍາຄອບຄົວ
ອິນແຕ່ງ ແກ້ວບົວລາ ຫຼື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລໍາ ເລີ່ມຮ້ອງເພງແຕ່ອາຍຸ 15 ປີ ມີຜົນງານເພງຫຼາກຫຼາຍ ເຊົ້າສອງແລງສາມ, ລໍາສີພັນດອນ, ອ້າຍກິນດອງບໍ່ມີຊອງໃຫ້ … ແລະ ອີກຫຼາກຫຼາຍຜົນງານທີ່ຍັງຄົງຢູ່ໃນໃຈຫຼາຍໆຄົນ