ຂໍສະແດງຄວາມເສຍໃຈ.
?ຕື່ນນອນມາອ່ານຂ່າວບໍ່ຄິດວ່າຊິເປັນນ້ອງໂຕເອງ?
ອີ່ຕົນເດນາງເອີຍຄືຈາກຄອບຄົວໄປແບບນີ້ບໍ່ຄິດເລີຍວ່ານ້ອງຊິ
ຈາກໄປໄວແບບນີ້ຂໍໃຫ້ຂື້ນສະຫວັນໄປເປັນນາງຟ້າເດີ??
ຈາກໄປໄວແບບນີ້ຂໍໃຫ້ຂື້ນສະຫວັນໄປເປັນນາງຟ້າເດີ??
ລົດຕູ້ຂົນແຮງງານລາວ ຕຳໃສ່ທ້າຍລົດ 10 ລໍ້ເສຍຂີວິດຄາທີ່ 3 ຄົນ ບາດເຈັບ 12 ຄົນ.
ເວລາ 03:30ໂມງ ວັນທີ 26/9/22 ໄດ້ມີລົດຕູ້ຕຳທ້າຍລົດສິບລໍ້ ທີ່ຈອດຕິດໄຟແດງ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫລາຍຄົນ ເຫດເກີດທີ່4ແຍກໄຟແດງກຣະແສບົນ ຖະຫນົນບ້ານບຶງ-ແກຼງ ຕຳບົນກຣະແສບົນ ອຳເພີແກຼງ ຈັງຫວັດຣະຢອງ.
ຈຸດເກີດເຫດ ພົບລົດບັນທຸກສິບລໍ້ຕູ້ ຕຳທ້າຍລົດສິບລໍ້ ຈົນດ້ານຫນ້າເພຍຸບເຂົ້າໄປຈົນຮອດຫ້ອງໂດຍສານ ພົບຄົນຕິດຢູ່ພາຍໃນລົດຈຳນວນ 15 ຄົນ.
ຈຶ່ງຊ່ວຍກັນລຳລຽງຜູ້ໄດ້ຮັບບາດເຈັບລົງຈາກລົດ ໂດຍມີຜູ້ເສຍຊີວິດຄາທີ່ 3 ຄົນ.
ເປັນເພດຍິງທັງຫມົດ ແລະ ມີຜູ້ໄດ້ຮັບບາດເຈັບ 12ຄົນເປັນເພດຊາຍ 6 ຄົນ ຈຶ່ງຮີບປະຖົມພະຍາບານເບື້ອງຕົ້ນກ່ອນຈະນຳຕົວຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງຫມໍແກຼງ.
ຈາກການກວດສອບຊາບວ່າຜູ້ເສຍຊີວິດ3 ຄົນ ເປັນເພດຍິງ ສັນຊາດລາວທັງ3 ຄົນ.
ສ່ວນຜູ້ໄດ້ຮັບບາດເຈັບທັງຫມົດ11 ຄົນເປັນຄົນສັນຊາດລາວເຊັ່ນດຽວກັນຍົກເວັ້ນຄົນຂັບລົດເປັນຄົນໄທຄື ທ້າວກິດຕິພັດ ເລີດສັນເທັ້ຍ ອາຍຸ 35 ປີ ຊຶ່ງໄດ້ຮັບບາດເຈັບສາຫັດ.
ຍ້ອນຄວາມທຸກນີ້ລະ ຈຶ່ງດິ້ນລົນໄປເຮັດວຽກຢູ່ຕ່າງຖິ່ນ ເພື່ອຢາກໃຫ້ຄົນທີ່ເຮົາຮັກໄດ້ກິນຢູ່ສະບາຍ ສຸດທ້າຍກໍ່ໄປບໍ່ຮອດຈຸດໝາຍ.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ