ຂໍສະແດງຄວາມເສຍໃຈນຳທຸກຄອບຄົວທີ່ສູນເສຍ

ຂໍສະແດງຄວາມເສຍໃຈນຳທຸກຄອບຄົວທີ່ສູນເສຍ
#ເຫດ ກາດຍິງຄູ 2 ແລະ ເດັກນັກຮຽນອີກ 30 ກວ່າຄົນ (ທີ່ເສຍຊີວິດໃນເບື້ອງຕົ້ນ) ແຕ່ໜ້າອະນາດໃຈທີ່ສຸດກວ່ານັ້ນຄືເດັກນ້ອຍທັງໝົດກຳລັງນອນຫຼັບເພາະເປັນຊ່ວງພັກທ່ຽງ.

ເດັກທັງໝົດຈຶ່ງຖືກ ຍິງລົວລູກປືນໃສ່ແບບບໍ່ມີທາງແລ່ນໜີໄປໃສໄດ້ (ເພາະຢູ່ໃນຫ້ອງ)ເຫດການດັ່ງກ່າວແມ່ນເກີດທີ່ຈັງຫວັດໜອງບົວລຳພູປະເທດໄທ…

(ເກີດເຫດເວລາປະມານ 12:30 ນາທີ)ຂອງມື້ນີ້ ວັນທີ: 06 ຕຸລາ 2022

#ທີ່ສູນລ້ຽງດູເດັກເວົ້າງ່າຍໆກໍຄືໂຮງຮຽນອະນຸບານນັ້ນເອງລາຍງານເບື້ອງຕົ້ນຜູ້ກໍ່ເຫດ ໄດ້ຍິງຕົວຕາຍ ພ້ອມລູກນ້ອຍ ແລະ ເມຍ.

ທາງເຈົ້າໜ້າທີ່ຍັງຫາສາເຫດ ແລະແຮງຈູງໃຈໃນການກໍ່ເຫດສະເທືອນຂວັນໃນຄັ້ງນີ້.

ຢ່າງໃດກໍ່ຕາມເຫດສະເທືອນຂວັນໃນຄັ້ງນີ້ແມ່ນເປັນເຫດການທີ່ໄດ້ຮັບຄວາມສູນເສຍຢ່າງໃຫຍ່ຫຼວງແກ່ພໍ່ແມ່ຜູ້ປົກຄອງເພາະວ່າຜູ້ທີ່ເສຍຊີວິດລ້ວນແລ້ວແຕ່ເປັນເດັກນ້ອຍ (ອະນຸບານເກືອບທັງໝົດ)

??ນອກຈາກນີ້ເຫດການນີ້ຍັງຕົງກັບວັນຄູແຫ່ງຊາດລາວທີ່ຫຼາຍໂຮງຮຽນ, ຫຼາຍພື້ນທີ່ຈັດການສະເຫຼີມສະຫຼອງໃນມື້ນີ້ 06 ຕຸລາ 2022 ອີກດ້ວຍ…

#ຂໍສະແດງຄວາມເສຍໃຈນຳທຸກຄອບຄົວທີ່ສູນເສຍ

Leave a Reply

Your email address will not be published. Required fields are marked *